ການກໍ່ສ້າງ
ໂຄງການກໍ່ສ້າງນ້ຳປະປາເທດສະບານ ເມືອງແປກ, ເມືອງພູກູດ ແລະ ເຂດເສດຖະກິດສະເພາະ ແຂວງຊຽງ ຂວາງ ເປັນໂຄງການລົງທຶນຂອງລັດ 100% ເຈົ້າຂອງໂຄງການແມ່ນພະແນກ ແຜນການ ແລະ ການລົງ ທຶນ ແຂວງຊຽງຂວາງ ເຊິ່ງ ບໍລິສັດ ດາວສະຫວັນ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໄດ້ສຳເລັດໃນທ້າຍປີ 2018 ຜ່ານມາ, ມີກຳລັງການ ຜະລິດ 25.000ມ3/ມື້ ແລະ ແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື : ຫົວງານ, ລະບົບໂຮງງານ ແລະ ອ່າງສົ່ງນ້ຳ.
ໂຄງການດັ່ງກ່າວແມ່ນ ອີງຕາມແຜນການພັດທະນາຂອງ ແຂວງຊຽງຂວາງ ເພື່ອແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນໃນເຂດໂຄງການໃຫ້ມີນ້ຳໃຊ້ທີ່ພຽງພໍ, ມີນ້ຳດື່ມທີ່ຖືກຫຼັກອານໄມ, ຍົກລະດັບຊີວິດ ການເປັນ ຢູ່ຂອງປະຊາຊົນ ທັງຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຂື້ນເທື່ອລະກ້າວ, ສ້າງໃຫ້ບ້ານເມືອງມີຄວາມສະອາດ ເປັນລະບຽບຮຽບຮ້ອຍ, ເປັນເມືອງທາງຜ່ານລະຫວ່າງ ແຂວງທີ່ສາມາດພັດທະນາເສດຖະກິດສັງຄົມ ເພາະມີເສັ້ນທາງຫຼວງແຫ່ງຊາດເລກທີ 7A ແລະ ທາງເລກ 1D ຜ່ານ.
ໂຄງການກໍ່ສ້າງນ້ຳປະປາເທດສະບານ ເມືອງແປກ, ເມືອງພູກູດ ແລະ ເຂດເສດຖະກິດສະເພາະ ແຂວງຊຽງ ຂວາງ ເປັນໂຄງການລົງທຶນຂອງລັດ 100% ເຈົ້າຂອງໂຄງການແມ່ນພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ເຊິ່ງ ບໍລິສັດ ດາວສະຫວັນ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໄດ້ສຳເລັດໃນທ້າຍປີ 2018 ຜ່ານມາ, ມີກຳລັງການ ຜະລິດ 25.000ມ3/ມື້ ແລະ ແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື : ຫົວງານ, ລະບົບໂຮງງານ ແລະ ອ່າງສົ່ງນ້ຳ.
ໂຄງການດັ່ງກ່າວແມ່ນ ອີງຕາມແຜນການພັດທະນາຂອງ ແຂວງຊຽງຂວາງ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນໃນເຂດໂຄງການໃຫ້ມີນ້ຳໃຊ້ທີ່ພຽງພໍ, ມີນ້ຳດື່ມທີ່ຖືກຫຼັກອານໄມ, ຍົກລະດັບຊີວິດການເປັນ ຢູ່ ຂອງປະຊາຊົນ ທັງຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຂື້ນເທື່ອລະກ້າວ, ສ້າງໃຫ້ ບ້ານເມືອງມີຄວາມສະອາດ ເປັນລະບຽບຮຽບຮ້ອຍ, ເປັນເມືອງທາງຜ່ານລະຫວ່າງ ແຂວງທີ່ສາມາດ ພັດທະນາເສດຖະກິດສັງຄົມ ເພາະ ມີເສັ້ນທາງຫຼວງແຫ່ງຊາດເລກທີ 7A ແລະ ທາງເລກ 1D ຜ່ານ.
ການລົງຢ້ຽມຢາມ ແລະ ກໍ່ສ້າງນ້ຳປະປາ ແຂວງຊຽງຂວາງ




ນອກຈາກໂຄງການຂ້າງເທີງບໍລິສັດຂອງເຮົາກໍ່ໄດ້ຮັບເໝົາກໍ່ສ້າງເຄຫາສະຖານ ແລະ ຂົວທາງ ອີກດ້ວຍ.
ການກໍ່ສ້າງຕຶກອາຄານ ແລະ ສ້າງຖະໜົນຫົນທາງ

