
ບໍລິສັດ ດາວສະຫວັນ ຈຳກັດ ໄດ້ສ້າງຕັ້ງຂື້ນໃນປີ 1998 ເປັນບໍລິສັດລົງທຶນພາຍໃນ 100 % ບໍລິສັດ ແມ່ນດຳເນີນທຸລະກິດຂະແໜງກໍ່ສ້າງຄົບວົງຈອນ ເປັນຕົ້ນ ຂົວ-ທາງ, ຊົນລະປະທານ, ນໍ້າປະປາ, ຕຶກອາຄານ, ຂະແໜງລົງທຶນ ແລະ ຮ່ວມທຶນ ເຊັ່ນ: ໂຄງການພະລັງງານ, ຂະແໜງບໍ່ແຮ່, ໂຮງແຮມ ແລະ ລີສອດ.
ພວກເຮົາມີທີມງານບໍລິຫານຢ່າງເປັນມືອາຊີບ ສາມາດບໍລິຫານຄຸ້ມຄອງໂຄງການລົງທຶນ ແລະ ຮ່ວມທຶນ ເຮັດໃຫ້ມີປະສິດທິຜົນ ຈຶ່ງເຮັດໃຫ້ບໍລິສັດປະສົບຜົນສຳເລັດໃນການຄວບຄຸມຕົ້ນທຶນ ການດຳເນີນການ ພ້ອມທັງສາມາດຮັກສາມາດຕະຖານໃນການເຮັດວຽກ ແລະ ຄວາມປອດໄພຂອງພະນັກງານໄດ້ເປັນຢ່າງດີ ຈຶ່ງເປັນປັດໃຈທີ່ລູກຄ້າ, ຄູ່ຮ່ວມທຸລະກິດໃຫ້ຄວາມໄວ້ວາງໃຈ, ໃຊ້ບໍລິການຢ່າງຕໍ່ເນື່ອງ.
ວິໄສທັດ: ມຸ້ງໝັ້ນໃນການເປັນບໍລິສັດຊັ້ນນຳໃນການດຳເນີນທຸລະກິດຂະແໜງການກໍ່ສ້າງ, ຂະແຫນງພະ ລັງງານ ແລະ ບໍລິການ ເປັນທີ່ຍອມຮັບໃນຄຸນນະພາບ, ມາດຕະຖານ ແລະ ຊື່ສຽງໂດຍຍຶດໝັ້ນຈັນຍາ ບັນທາງທຸລະກິດ ເພື່ອໃຫ້ກິດຈະການເຕີບໃຫຍ່ຢ່າງຫມັ້ນຄົງ ເປັນມິດຕໍ່ສິ່ງແວດລ້ອມສັງຄົມ ເພື່ອຄວາມ ຍືນຍົງ ແລະ ຍາວນານ.
ພັນທະກິດ: ມຸ້ງໝັ້ນສ້າງຄຸນນະພາບ ແລະ ມາດຕະຖານຄືຈຸດປະສົງໃນການເຮັດວຽກຂອງບໍລິສັດ ເພື່ອສ້າງຄວາມພູມໃຈສູງສຸດແກ່ຄູ່ຮ່ວມທຸລະກິດ ແລະ ໃຫ້ແກ່ລູກຄ້າ.
